ປະຫັວດຄວາມເປັນມາຂອງແມ່ນໍ້າຊອງ

ຕາມ​ປະ​ຫັວດ​ສາດ​ຂຸນ​ບູລົມ​ຂຽນ​ໂດຍ ທ່ານ​ ມະຫາ​ສີ​ລາ ​​​ໄດ້​ກ່າວ​ໄວ້​ຕອນ​ໜຶ່ງວ່າ: ພາຍຫຼັງ​ເຈົ້າຟ້າ​ງຸ້ມ​ໄດ້​ຍົກ​ທັບບຸກ​ຕີ​ເອົາ​ເມືອງ​ໄຜ່​ໜາມ (​ເມືອງ​ວຽງ​ຄໍາ) ​ໄດ້​ແລ້ວ.​ ໄດ້​ສັ່ງ​ໃຫ້​ທະຫານ​ຈັບ​ເອົາ​ພະຍາ​ເພົາ ​ເຈົ້າ​ຄອງ​ເມືອງ​ໄຜ່​ໜາມ​ມັດ​ໃສ່ຊອງ ​ເພື່ອສົ່ງ​ໄປ​ກາບ​ທູນ​ເຈົ້າ​ຊີວິດ​ຢູ່​ຫຼວງພະ​ບາງ ( ຊອງ: ​ແມ່ນ​ເຄື່ອງມື​ສໍາລັບ​ການ​ກັກ​ຂັງ​ ແລະ ​ຄຸມ​ຕົວ​ນັກ​ໂທດ) ເມື່ອ​ເດີນທາງ​ໄປ​ຮອດ​ຫ້ວຍ​ສີດາ (ນໍ້າຊອງ​ເຂດ​ຂົວ​ຜາ​ຕັ້ງ​ໃນ​ປະຈຸ​ບັນ) ພະຍາ​ເພົາ​ໄດ້​ສິ້ນ​ໃຈ​ຕາຍ, ພາຍຫຼັງ​ທະຫານ​ໄດ້​ມ້ຽນຄາບ​ສົ່ງສະການ​ພະຍາ​ເພົາ​ແລ້ວ. ​ໄດ້​ເອົາຊອງຖີ້ມລົງ​ໃສ່​ຫ້ວຍ​ສີດາ​ປ່ອຍ​ໃຫ້​ໄຫຼ​ໄປ​ຕາມ​ນໍ້າ; ວັງ​ວຽງ​ໃນ​ສະ​ໄໝ​ນັ້ນ ພຽງ​ແຕ່​ເປັນ​ບ້ານ​ນ້ອຍໆ ​ແຫ່ງ​ໜຶ່ງ​ເທົ່າ​ນັ້ນ​ທີ່​ມີ​ຄົນ​ອາ​ໃສ​ຢູ່​ເຊ​ິ່​ງ​ເອີ້ນ​ຊື່ວ່າ: ບ້ານ​ຖິ່ນ​ແຫ້ງ. ​ເມື່ອ​ປະຊາຊົນ​ເຫັນ​ຊອງ​ພະຍາ​ເພົາ​ໄຫຼໄປ​ຕາມ​ນໍ້າ, ຕ່າງ​ກໍ​ພາກັນ​ອອກ​ມາ​ເບີ່​ງ ​ແລ້ວ​ພາກັນ​ເອີ້ນ​ຊື່​ໃຫ້​​ຫ້ວຍ​ສີດາ​ວ່າ: ”ຫ້ວຍ​ນໍ້າ​ຊອງ” ຈາກ​ນັ້ນ, ຈື່ງ​ໄດ້​ຊື່​ນໍ້າ​ຊອງ​ມາ​ຈົນ​ເຖິງ​ປະຈຸ​ບັນນີ້.