ຖ້ຳລົມເປັນສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ໄດ້ຮັບຄວາມນິຍົມຢູ່ເມືອງວັງວຽງໃນປະຈຸບັນ ຕັ້ງຢູ່ທາງທິດເໜືອຂອງຕົວເມືອງເຂດບ້ານພູດິນແດງ ຫ່າງຈາກເສັ້ນທາງເລກທີ 13 ເໜືອ ເຂົ້າໄປປະມານ 1 ກິໂລແມັດ. ບໍລິເວນນີ້ໃນເມື່ອກ່ອນໄດ້ກາຍເປັນໄຮ່ເປັນສວນຂອງປະຊາຊົນ. ຕາມການບອກເລົ່າຂອງປະຊາຊົນຜູ້ທີ່ເຄີຍເຮັດໄຮ່ເຮັດສວນຢູ່ຂອບເຂດບໍລິເວນນີ້ໃຫ້ຮູ້ວ່າ: ການໄດ້ຊື່ທີ່ມາຂອງຖ້ຳລົມນັ້ນຍ້ອນຢູ່ບໍລິເວນໜ້າຜາແຫ່ງນີ້ໄດ້ມີຮູຖ້ຳ ມີສາຍລົມເຢັນພັດອອກມາເປັນຮູດໆ ຢ່າງບໍ່ຂາດສາຍ. ພາຍຫຼັງແສງພະອາທິດໄດ້ດັບລາຈາກຂອບຟ້າໄປໃນແຕ່ລະມື້ຈະມີກະແສລົມອ່ອນໆ ພັດອອກມາຈາກຮູຖ້ຳຢ່າງບໍ່ຂາດສາຍ ແລະ ພັດໄປຕາມແລວສະເພາະຂອງມັນລຽບຕີນໜ້າຜາລົງທາງທິດໃຕ້. ຮອດຍາມເດິກທ່ຽງຄືນຄວາມຫງຽບສະຫງັດຂອງລາຕີການ ຖ້າຜູ້ໃດຫາກໄປຢືນຢູ່ແລວລົມຈະຖືກກະແສລົມພັດດັງວູ່ໆເຢັນຈົນຂົນໜາວລຸກໄປທົ່ວເລົາຄີງ ຮອດຂ້ອນແຈ້ງແສງພະອາທິດໃກ້ຈະພົ້ນຂື້ນຈາກຂອບຟ້າ ສາຍລົມໄດ້ອ່ອນຕົວລົງ ຈາກນັ້ນ ກໍຖືກເຫືອດຫາຍໄປພ້ອມກັບອາລຸນວັນໃໝ່. ບໍລິເວນແຄມຝັ່ງຖ້ຳລົມໄດ້ມີສາຍນ້ຳຊອງທີ່ໃສເຢັນໄຫຼຜ່ານ ມີວິວທຳມະຊາດອັນສວຍສົດງົດງາມກາຍເປັນຈຸດນັດພົບຂອງແຂກຄົນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອນັ່ງຊົມການລ່ອງກົງເບັງ ແລະ ເຮືອກາຍັກຂອງນັກທ່ອງທ່ຽວຕາມສາຍນ້ຳຊອງ ເຊີ່ງແຕ່ລະມື້ມີທັງສາຍລົມທຳມະຊາດພັດອອກມາຈາກຮູຖ້ຳ ແລະ ມີສຽງໂອ້ລົມທັກທາຍມ່ວນຊື່ນເຮຮາກັນຂອງແຂກຄົນຢ່າງມາກໜ້າຫຼາຍຕາ ຈຶ່ງໄດ້ຊື່ທີ່ມາຂອງ “ຖ້ຳລົມ” ມາເຖິງປະຈຸບັນ.
