ໂຮງງານຊີມັງລາວວັງວຽງ ຫຼັງ III ຈັດພິທີປາຖະກະຖາມູນເຊື້ອວັນກຳມະກອນສາກົນຄົບຮອບ 133 ປີ ແລະ ເຜີຍແຜ່ມະຕິ 7 ສະໄໝທີ X ສູນກາງພັກ

ຄະນະພັກລັດວິສະຫະກິດ ພ.ກ.ອ, ຮອງເລຂາຄະນະພັກຮາກຖານ, ຮອງອຳນວຍການໂຮງງານຊີມັງລາວວັງວຽງຫຼັງ III
ໃນຕອນເຊົ້າຂອງວັນທີ 29 ເມສາ 2019 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງໂຮງງານຊີມັງວັງວຽງຫຼັງ III ໄດ້ຈັດໃຫ້ມີພິທີປາຖະກະຖາຫວນຄືນມູນເຊື້ອວັນກຳມະກອນສາກົນຄົບຮອບ 133 ປີ ແລະ ເຊື່ອມຊຶມມະຕິ 7 ສະໄໝທີ X ຂອງສູນກາງພັກຂຶ້ນ. ໂດຍການເຂົ້າຮ່ວມຂອງທ່ານ ບົວສອນ ແກ້ວປະເສີດ ຄະນະພັກລັດວິສະຫະກິດ ພ.ກ.ອ, ຮອງເລຂາຄະນະພັກຮາກຖານ, ຮອງອຳນວຍການໂຮງງານຊີມັງລາວວັງວຽງຫຼັງ III, ທ່ານ ວົງເພັດ ວົງວຽງແກ້ວ ປະທານກຳມະບານໂຮງງານຊີມັງລາວວັງວຽງຫຼັງ III, ນອກນີ້ ຍັງມີອົງການຈັດຕັ້ງມະຫາຊົນ, ພະນັກງານ, ວິຊາການຈາກພະແນກຕ່າງໆ ທີ່ເປັນສະມາຊິກກຳມະບານຂອງໂຮງງານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ວົງເພັດ ວົງວຽງແກ້ວ ປະທານກຳມະບານຂອງໂຮງງານໄດ້ຂຶ້ນຜ່ານເອກະສານມູນເຊື້ອວັນກຳມະກອນສາກົນຄົບຮອບ 133 ປີ ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດແຫ່ງການກຳເນີດເຕີບໃຫຍ່ຂອງຊົນຊັ້ນກຳມະກອນ ແລະ ພາລະກຳທາງປະຫວັດສາດ, ເງື່ອນໄຂທີ່ພາໃຫ້ເກີດມີຊົນຊັ້ນກຳມະກອນສາກົນ, ການຕໍ່ສູ້ທວງເອົາສິດຂອງຊົນຊັ້ນກຳມະກອນ, ຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ກ້າວຂຶ້ນສັງຄົມນິຍົມຫຼັງສົງຄາມໂລກຄັ້ງທີ II ແລະ ການເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງຊົນຊັ້ນກຳມະກອນລາວ.

ຈາກນັ້ນ ທ່ານ ບົວສອນ ແກ້ວປະເສີດ ຄະນະພັກລັດວິສະຫະກິດ ພ.ກ.ອ, ຮອງເລຂາຄະນະພັກຮາກຖານ, ຮອງອຳນວຍການໂຮງງານຊີມັງລາວວັງວຽງຫຼັງ III ກໍໄດ້ຂຶ້ນຜ່ານມະຕິ 7 ສະໄໝທີ X ຂອງສູນກາງພັກໃຫ້ຜູ້ເຂົ້າຮ່ວມໄດ້ຮັບການເຊື່ອມຊຶມປະກອບມີ 2 ເອກະສານ ຄື: ມະຕິເລກທີ 057/ຄບສພ ວ່າດ້ວຍ ການເພີ່ມທະວີການນຳພາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງມະຫາພາກ ແລະ ເອກະສານມະຕິເລກທີ 056/ຄບສພ ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງໜັກແໜ້ນ. ນອກນີ້ ຍັງໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງໂຮງງານຊີມັງລາວວັງວຽງ ຫຼັງ III ໃນປີ 2018 ແລະ ທິດທາງແຜນການປີ 2019 ຕື່ມອີກ.

ຕອນທ້າຍ ກໍໄດ້ມີການມອບໃບຍ້ອງຍໍ, ຫຼຽນໄຊ, ຫຼຽນກາປະເພດຕ່າງໆ ໃຫ້ແກ່ພະນັກງານຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານໃນໜຶ່ງປີຜ່ານມາ ໃນນີ້ໄດ້ຮັບຫຼຽນໄຊອິດສະຫຼະມີ 1 ສະຫາຍ, ຫຼຽນໄຊແຮງງານຊັ້ນ II ມີ 3 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ມີ 3 ສະຫາຍ, ຫຼຽນກາແຮງງານມີ 10 ສະຫາຍ ແລະ ໃບຍ້ອງຍໍລັດຖະບານມີ 22 ສະຫາຍ ຢ່າງສົມກຽດ.

