ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 6 ສະໃໝທີ VII
ໃນວັນທີ 11-12 ມັງກອນ 2022 ຢູ່ທີ່ ສະໂມສອນໃຫຍ່ຂອງເມືອງວັງວຽງ ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 6 ສະໄໝທີ VII ຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຈັນ ມາລາວັງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ວັງວຽງ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການ, ຮອງຫ້ອງການ ພະນັກງານອາວຸໂສບຳນານເຂົ້າຮ່ວມທັງໝົດ 89 ສະຫາຍ, ຍິງ 12 ສະຫາຍ. ກອງປະຊຸມໃນຄັ້ງນີ້ໄດ້ແບ່ງອອກເປັນ 2 ວາລະຄື: ວາລະພາຍໃນ ແລະ ວາລະເປີດກ້ວາງ, ວັນທີ 11/1/2022 ເປັນວາລະເປີດກ້ວາງ, ໃນວາລະເປີດກ້ວາງຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນນາເສດຖະກິດ-ສັງຄົມ 1 ປີຜ່ານມາ (ປີ2021) ແລະ ແຜນຈຸດສຸມ 3 ເດືອນຕົ້ນປີ 2022, ບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງໃນ 1 ປິຜ່ານມາ (2021) ແລະ ແຜນການການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ ປີ 2022-2023

ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2021: ເມືອງວັງວຽງຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນ ຕໍ່ແນວທາງນະໂຍບາຍ ແລະ ການນຳພາຂອງພັກ, ຕັ້ງໜ້າປະກອບສ່ວນໃນການພັດທະນາເມືອງວັງວຽງຢ່າງເປັນຂະບວນຟົດຟື້ນ ແລະ ໄດ້ຮັບຜົນສຳເລັດຫຼາຍດ້ານ; ສະພາບການພັດທະນາເສດຖະກິດ-ສັງຄົມສືບຕໍ່ຂະຫຍາຍຕົວ ເຖິງວ່າສະພາບດ້ານງົບປະມານ ການລົງທຶນຂອງລັດຫຼຸດລົງ (ບໍ່ມີໂຄງການສະເໜີໃໝ່).


ການພັດທະນາເສດຖະກິດ: ໃນໄລຍະ 1 ປີທີ່ຜ່ານມາເຫັນວ່າຈັງຫວະການຂະຫຍາຍຕົວຂອງເສດຖະກິດມີລັກສະນະບໍ່ຕໍ່ເນື່ອງ ແລະ ບໍ່ບັນລຸຕາມແຜນການ ເນື່ອງຈາກຫຼາຍປັດໄຈຕົ້ນຕໍທີ່ກະທົບໃສ່ ເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີລັກສະນະແກ່ຍາວ; ບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດທີ່ລັດຖະບານກຳນົດເປັນວາລະແຫ່ງຊາດ; ການເຄື່ອນໄຫວດຳເນີນທຸລະກິດ ແລະ ການບໍລິການຕ່າງໆ ຖືກຢຸດສະງັກເປັນໄລຍະຍາວນັບແຕ່ເດືອນເມສາ ຈົນຮອດທ້າຍປີ 2021; ຂະບວນການຜະລິດບໍ່ສາມາດສ້າງມູນຄ່າເພີ່ມໄດ້ຕາມແຜນ; ຕົວເລກອັດຕາການຂະຫຍາຍຕົວຂອງລວມຍອດລາຍຮັບພາຍໃນຂອງເມືອງ ຈາກ 11,5%, ຫຼຸດລົງມາເປັນ 6,5%, ມູນຄ່າລວມຍອດລາຍຮັບພາຍໃນເມືອງຈາກ 2.578,48 ຕື້ກີບ, ຫຼຸດລົງມາເປັນ 1.765,24 ຕື້ກີບ, ລວມຍອດລາຍຮັບຕໍ່ຫົວຄົນ (GO) 26.420 ລ້ານກີບ ຫຼືເທົ່າກັບ 3.096 USD, ລາຍລະອຽດມີ ດັ່ງນີ້: ຂະແໜງກະສິກໍາ: ເພີ່ມຂຶ້ນ 5,4%, ກວມເອົາ 24,60% ຂອງ GO. ຂະແໜງອຸດສາຫະກໍາ: ເພີ່ມຂຶ້ນ 7,3%, ກວມເອົາ 27,41% ຂອງ GO. ຂະແໜງການບໍລິການ: ເພີ່ມຂຶ້ນ 6,6%, ກວມເອົາ 47,99% ຂອງ GO.

ເຖິງແມ່ນວ່າລັດຖະບານກໍ່ຄື ຄະນະສະເພາະກິດຂັ້ນຕ່າງໆ ຈະມີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ກໍ່ຕາມ, ແຕ່ມີການຊີ້ນຳຂະບວນການຜະລິດ ການບໍລິການ ແລະ ການດຳລົງຊີວິດແບບໃໝ່ ຫຼື New Normal ແຕ່ກໍຍັງມີຫຼາຍພາກສ່ວນທຸລະກິດ ຫຼາຍກິດຈະການບໍ່ສາມາດດຳເນີນຕາມເປົ້າໝາຍຂອງຕົນ. ເຮັດໃຫ້ອັດຕາການເຕີບໂຕຂອງລວມຍອດລາຍຮັບພາຍໃນ (GO) ສົກປີ 2021 ປະຕິບັດໄດ້ພຽງແຕ່ 5,91% ເທົ່າກັບ 87,79% ຂອງແຜນການປີ, ທຽບໃສ່ປີຜ່ານມາຫຼຸດລົງ -2,74% ລວມຍອດມູນຄ່າລາຍຮັບພາຍໃນທັງໝົດໄດ້ 1.513 ຕື້ກວ່າກີບ; ສະເລ່ຍໃສ່ຫົວຄົນໄດ້ 23,46 ລ້ານກີບ/ຄົນ/ປີ ເທົ່າກັບ 2.309 ໂດລາ; ອັດຕາການຂະຫຍາຍຕົວຕາມຂະແໜງການມີດັ່ງນີ້: ຂະແໜງກະສິກຳປະຕິບັດໄດ້ 452,45 ລ້ານກີບ, ອັດຕາການຂະຫຍາຍຕົວ 3,67% ກວມເອົາ 29,89% ຂອງ GO. ອຸດສາຫະກໍາ ແລະ ກໍ່ສ້າງປະຕິບັດໄດ້ 399,97 ລ້ານກີບ, ອັດຕາການຂະຫຍາຍຕົວ 9,66% ກວມເອົາ 26,42% ຂອງ GO. ຂະແໜງບໍລິການປະຕິບັດໄດ້ 661,30 ລ້ານກີບ, ອັດຕາການຂະຫຍາຍຕົວ 4,4% ກວມເອົາ 43,69% ຂອງ GO.

ການລົງທຶນຂອງລັດ:ປີ 2021 ເມືອງວັງວຽງໄດ້ຮັບອະນຸມັດທັງໝົດ 16 ໂຄງການ, ມູນຄ່າ 919,80 ລ້ານກີບ ໃນນັ້ນ: ທຶນປົກກະຕິ 9 ໂຄງການ ມູນຄ່າ 448,00 ລ້ານກີບ, ທຶນຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ 4 ໂຄງການ ມູນຄ່າ 253,80 ລ້ານກີບ ແລະ ທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 3 ໂຄງການ ມູນຄ່າ 218,00 ລ້ານກີບ; ການລົງທຶນດ້ານຂົວ-ທາງ ມີ 5 ໂຄງການ, ມູນຄ່າ 30.961 ລ້ານກວ່າກີບ. ການລົງທຶນຂອງເອກະຊົນ: ມີ 3 ໂຄງການ/ກິດຈະການ ມູນຄ່າການລົງທຶນ 1.235 ລ້ານກວ່າກີບ, ໂຄງການລົງທຶນທົ່ວໄປຂອງປະຊາຊົນ 97 ໂຄງການ ມູນຄ່າການລົງທຶນທັງໝົດ 52,54 ຕື້ກີບ. ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ADB ຜ່ານໂຄງການພັດທະນາໂຄງລ່າງພື້ນຖານການທ່ອງທ່ຽວໄລຍະ 2 ມູນຄ່າສັນຍາ 11.985.867,8 ໂດລາ
ຕອນທ້າຍ ທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຕື່ມອີກ. ເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍເຖິງຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຍັງໄດ້ຊີ້ນຳໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ, ເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກທີ່ເຂົ້າຮ່ວມຈົ່ງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນຂຶ້ນ ເພື່ອນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດຜົນຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດຊອບ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນເຕັມ.
ຮູບພາບຈາກ: ເມືອງວັງວຽງວັນນີ້