ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 5 ສະໄໝທີ VII

ກອງປະຊຸມໄດ້ເປີດຂຶ້ນໃນວັນທີ 21 ກໍລະກົດ 2021 ນີ້ຢູ່ທີ່ສະໂມສອນໃຫຍ່ເມືອງວັງວຽງ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ມາລາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ມີບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ, ເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກຈາກຫ້ອງການຕ່າງໆ ຂອງເມືອງ ແລະ ບ້ານເທດສະບານເມືອງເຂົ້າຮ່ວມ. ທີ່ປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການຊີ້ນຳ-ນຳພາການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ ແລະ ທິດທາງຈຸດສຸມ 3 ເດືອນ (7-9/2021) ໂດຍແມ່ນ ທ່ານ ສຸວຽງທອງ ວົງຈຳປາ ຮອງເລຂາພັກເມືອງ ເປັນຜູ້ຂຶ້ນຜ່ານ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພັດປ່ຽນກັນປະກອບຄຳເຫັນເຂົ້າໃສ່ເພື່ອສ້າງຄວາມເປັນເອກະພາບໃນການຮັບຮອງເອົາ ແລະ ການນຳໄປຈັດຕັ້ງຜັນຂະຫຍາຍໃນຕໍ່ໜ້າ, ເຊີ່ງສັງລວມແລ້ວເຫັນວ່າສະພາບທົ່ວໄປຂອງເມືອງວັງວຽງ ໃນໄລຍະຜ່ານມາຍັງສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ຂະຫຍາຍຕົວເຖິງແມ່ນຢູ່ໃນລະດັບທີ່ຕ່ຳ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ແຕ່ລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການເອົາໃຈໃສ່ປັບປຸງໃຫ້ດີຂຶ້ນ, ຕົວເລກອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຈາກ 11,5% ຫຼຸດລົງມາເປັນ 6,5%, ມູນຄ່າລວມຍອດລາຍຮັບພາຍໃນເມືອງຈາກ 2.578,48 ຕື້ກີບລົງມາເປັນ 1.765,24 ຕື້ກີບ. ຕໍ່ກັບບັນຫາຂໍ້ຄົງຄ້າງ: ທີ່ປະຊຸມກໍໄດ້ມີຄວາມເປັນເອກະພາບໃນການສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໂດຍກຳນົດເຂົ້າຢູ່ໃນແຜນຄາດໝາຍສູ້ຊົນ ໃນ 6 ເດືອນທ້າຍປີ 2021 ໂດຍຈະໄດ້ສຸມໃສ່ຊຸກຍູ້ຟື້ນຟູບັນດາຫົວໜ່ວຍທຸລະກິດຕ່າງໆ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ມາສູ່ສະພາບປົກກະຕິ, ສຸມໃສ່ການບົວລະບັດຮັກສາ ແລະ ເກັບກູ້ຜົນຜະລິດເຂົ້ານາປີ, ກຽມແຜນຜະລິດລະດູແລ້ງ ສົ່ງເສີມການຜະລິດໃຫ້ເປັນສິນຄ້າໃຫ້ກວ້າງຂວາງ, ກະກຽມຄວາມພ້ອມທຸກດ້ານເພື່ອຮອງຮັບໃຫ້ແກ່ການເປີດທາງລົດໄຟເຊີ່ງມີສະຖານີໃຫຍ່ຢູ່ເມືອງວັງວຽງ ໃນທ້າຍປີນີ້, ສືບຕໍ່ການໂຄສະນາສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າໃນທົ່ວເມືອງເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ພາຍໃນເມືອງ ເພື່ອເຮັດໃຫ້ສະພາບຄືນສູ່ປົກກະຕິເປັນກ້າວໆ.

ຕອນທ້າຍ ທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ບຸນຈັນ ມາລາວົງ ເລຂາພັກເມືອງ ເຈົ້າເມືອງຕື່ມອີກ. ເຊີ່ງທ່ານໄດ້ຊີ້ນຳໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ, ເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກທີ່ເຂົ້າຮ່ວມຈົ່ງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນຂຶ້ນ ເພື່ອນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດຜົນຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດຊອບ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນເຕັມ.