ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ແລະ ຮັບຮອງ 3 ໜ່ວຍກົມກອງ ແລະ 9 ບ້ານເປັນໜ່ວຍ 3 ດີ
ໃນຕອນເຊົ້າ ວັນທີ 28 ກໍລະກົດ ນີ້ຢູ່ທີ່ສະໂມສອນໃຫຍ່ເມືອງວັງວຽງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ, ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 111 ປີ ແລະ ຮັບຮອງເອົາໜ່ວຍສະຫະພັນແມ່ຍິງ 3 ໜ່ວຍກົມກອງ ແລະ 9 ບ້ານ ເປັນໜ່ວຍ 3 ດີ.

ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສຸວຽງທອງ ວົງຈຳປາ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆວັງວຽງ, ທ່ານ ນ. ປ້າສຸມ ຈິດຕະວົງ ຕາງໜ້າແມ່ຍິງອາວຸໂສ ອາດີດຄະນະການນຳເມືອງວັງວຽງ, ທ່ານ ນາງ ຕູ່ ນັນທະວົງ ຮອງປະທານສະຫະພັນແມ່ຍິງເມືອງ, ນອກນີ້ ຍັງມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ແຂກຖືກເຊີນ, ປະທານສະຫະພັນແມ່ຍິງໜ່ວຍຕ່າງໆ ອ້ອມຂ້າງເມືອງ ແລະ ສະມາຊິກແມ່ຍິງຈາກ 3 ກົມກອງ ແລະ 9 ບ້ານເປົ້າໝາຍທີ່ຖືກຮັບຮອງເຂົ້າຮ່ວມ.

ໃນພິທີຕົວແທນຂອງສະຫະພັນແມ່ຍິງຈາກ 3 ກົມກອງ ແລະ 9 ບ້ານໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງຕົນໃນໄລຍະຜ່ານມາ ເຊີ່ງຜ່ານການປະເມີນເຫັນວ່າບັນດາໜ່ວຍສະຫະພັນແມ່ຍິງເຫຼົ່ານີ້ໄດ້ມີເງື່ອນໄຂຄົບຖ້ວນໃນການຮັບຮອງສືບຕໍ່ເປັນໜ່ວຍ 3 ດີ ປະກອບດ້ວຍ 3 ກົມກອງຄື: ໂຮງຮຽນປະຖົມບ້ານໂພນຄຳ, ໂຮງຮຽນ ມ.ຕົ້ນ ວັງວຽງ, ໂຮງຮຽນປະຖົມນາທອງ ແລະ ອີກ 9 ບ້ານ ຄື: ບ້ານວັງໝ້ຽງ, ບ້ານວຽງໄຊ, ບ້ານຜາທອງ, ບ້ານນາທອງ, ບ້ານປາກເປາະ, ບ້ານວຽງແກ້ວ, ບ້ານນາດ້ວງ, ບ້ານໂພໄຊ ແລະ ບ້ານຜາຕັ້ງ.

ຈາກນັ້ນ ກໍໄດ້ມອບໃບຢັ້ງຢືນຮັບຮອງເປັນໜ່ວຍສະຫະພັນແມ່ຍິງ 3 ດີ ຄັ້ງທີ 4 ສະໄໝທີ VII ໂດຍການໃຫ້ກຽດມອບຂອງທ່ານ ສຸວຽງທອງ ວົງຈຳປາ ຮອງເລຂາພັກເມືອງ. ພ້ອມນີ້ຕົວແທນແຕ່ລະໜ່ວຍກໍຍັງໄດ້ຂຶ້ນຈັບມືສຶບຕໍ່ປະຕິບັດຂໍ້ແຂ່ງຂັນ 3 ດີ ໃນຮອບຕໍ່ໄປຕື່ມອີກ.

ພາຍຫຼັງສຳເລັດການມອບໃບຢັ້ງຢືນຮັບຮອງແລ້ວ ໃນພິທີຍັງໄດ້ຮັບຟັງການປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ ແລະ ວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 111 ປີຕື່ມອີກ ໂດຍແມ່ນທ່ານ ສຸວຽງທອງ ວົງຈຳປາ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເປັນຜູ້ປາຖະກະຖາ ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຜົນງານແຕ່ລະດ້ານທີ່ສູນກາງສະຫະພັນແມ່ຍິງລາວຍາດມາໄດ້ໃນແຕ່ລະໄລຍະຜ່ານມາຈົນເຖິງປະຈຸບັນ. ນອກນີ້ຍັງໄດ້ເລົ່າຄືນປະຫວັດຄວາມເປັນມາຂອງທ່ານ ສຸພານຸວົງ ວິລະບູລຸດແຫ່ງຊາດ ອະດີດປະທານປະເທດຜູ້ທຳອິດຂອງ ສ ປ ປ ລາວ. ຊີວິດການເຄື່ອນໄຫວ ແລະ ພາລະກິດປະຕິວັດຂອງເພິ່ນໃນການເຂົ້າຮ່ວມການປະຕິວັດຊາດປະຊາທິປະໄຕຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ, ແບບໃໝ່ທີ່ມາຮຸກຮານ ໂດຍຍົກໃຫ້ເຫັນຜົນງານ, ຄຸນສົມບັດສິນທຳປະຕິວັດ ແລະ ຄຸນງາມຄວາມດີຂອງເພິ່ນທີ່ໄດ້ອຸທິດໃຫ້ແກ່ປະເທດຊາດ ເພື່ອສຶກສາໃຫ້ຄົນລຸ້ນໃໝ່ກໍຄືເອື້ອຍນ້ອງແມ່ຍິງທຸກຄົນໄດ້ນຳໄປສຶກສາຮ່ຳຮຽນ ເພື່ອພັດທະນາຕົນເອງ.