ທຄຕລ ມອບອຸປະກອນການແພດໃຫ້ແກ່ສຸກສາລາຖິ່ນອ່ອນ

ໃນຕອນເຊົ້າຂອງວັນທີ 12 ມີຖຸນາ 2020 ຜ່ານມານີ້, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາວັງວຽງ ໄດ້ຕາງໜ້າໃຫ້ແກ່ຄະນະກຳມະການຊ່ວຍເຫຼືອສັງຄົມຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄປມອບເຄື່ອງຊ່ວຍເຫຼືອດ້ານອຸປະກອນການແພດໃຫ້ແກ່ສຸກສາລາຖິ່ນອ່ອນ ເມືອງວັງວຽງ ແຂວງວຽງຈັນ ຢ່າງເປັນທາງການ. ປະເພດເຄື່ອງທີ່ມອບແມ່ນ ເຄື່ອງເອໂກກຣາບຟີ (New MINDRAY DP-10 ULTASOUND) ຈຳນວນ 1 ຊຸດ, ລວມມູນຄ່າ 39.060.000 ກີບ (ສາມສິບເກົ້າລ້ານຫົກສິບພັນກີບ).

ຕາງໜ້າມອບໂດຍ ທ່ານ ກໍລະກັນ ບຸນຍາລາດ ວ່າການຫົວໜ້າ ທະນາຄານການຄ້າຕ່າງປະເທດລາວ ມາຫາຊົນ ສາຂາວັງວຽງ ແລະ ຕາງໜ້າຮັບໂດຍ ທ່ານ ບຸນຈັນ ມາລາວົງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ໂດຍມີທ່ານ ນາງ ຄຳຮຸ່ງ ທິບພະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງວັງວຽງ, ທ່ານ ດຣ ເພັດສະໝອນ ບູລົມມະວົງ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍຄະນະ, ອຳນາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນຈຳນວນໜຶ່ງ ແລະ ພະນັກງານຈາກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາວັງວຽງ ຈຳນວນໜຶ່ງກໍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.


ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ໃນພິທີດັ່ງກ່າວ ທ່ານ ບຸນຈັນ ມາລາວົງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ໄດ້ມອບໃບສົມມະນາບຸນຄຸນໃຫ້ແກ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາວັງວຽງ ຕາງໜ້າຮັບໂດຍ ທ່ານ ກໍລະກັນ ບຸນຍາລາດ ວ່າການຫົວໜ້າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາວັງວຽງ.

ໃນໂອກາດດັ່ງກ່າວ ທ່ານ ບຸນຈັນ ມາລາວົງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ຍັງໄດ້ປະກອບຄຳຄິດຄຳເຫັນ ແລະ ໃຫ້ຄຳໝັ້ນສັນຍາວ່າຈະປົກປັກຮັກສາຄຸ້ມຄອງ, ນຳໃຊ້ເຄື່ອງດັ່ງກ່າວໃຫ້ເກີດປະໂຫຍດສູງສຸດເຂົ້າໃນວຽກງານການແພດ. ໃນຕອນທ້າຍ ທ່ານຍັງໄດ້ຕາງໜ້າໃຫ້ແກ່ການນຳເມືອງ, ພໍ່ແມ່ປະຊາຊົນ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງຄະນະບໍລິຫານງານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດ ແລະ ມີຄວາມເປັນຫ່ວງເປັນໃຍຕໍ່ສຸຂະພາບຂອງພໍ່ແມ່ປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກໃນຄັ້ງນີ້.

ຂ່າວ ແລະ ພາບໂດຍ: ທ້າວ ຄຳຮູ້ ໄຊສົມແພງ
ກວດແກ້ໂດຍ: ທ່ານ ຫົງສະຫວັນ ວົງສຳພັນ