ເມືອງວັງວຽງ ຈັດງານບຸນຊ່ວງເຮືອອອກພັນສາປະວໍລະນາ ປະຈຳປີ ພສ 2562

ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ ກໍຄືຂອງເມືອວັງວຽງ ທີ່ໄດ້ຈັດຕັ້ງປະຕິບັດກັນມາໃນແຕ່ລະປີ. ບຸນຊ່ວງເຮືອອອກພັນສາປະວໍລະນາປະຈຳປີ ພສ 2562 ເມືອງວັງວຽງ ໄດ້ຈັດຂຶ້ນໃນມື້ວັນທີ 13 ຕຸລາ 2019 ກົງກັບມື້ຂຶ້ນ 15 ຄ່ຳເດືອນ 11 ເພັງ ຢູ່ທີ່ນ້ຳຊອງເຂດບ້ານສະຫວ່າງ ເມືອງວັງວຽງ. ເຊີ່ງມີມວນຊົນຊາວເມືອງວັງວຽງ ຕະຫຼອດຮອດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຮັບຊົມເປັນຈຳນວນຫຼວງຫຼາຍ.

ການແຂ່ງຂັນມີເຮືອປະເພດ 12-15 ສີພາຍເຂົ້າຮ່ວມທັງໝົດ 29 ຄະນະ, ໃນນີ້ມີເຮືອເພດຊາຍ 20 ຄະນະ, ຍິງ 9 ຄະນະ. ຜົນການແຂ່ງຂັນ ມີດັ່ງນີ້:
– ເຮືອປະເພດຊາຍ: ທີ 1 ໄດ້ແກ່ເຮືອອົງສາຟາມ (ບ້ານນາມ່ວງ) ໄດ້ຮັບຂັນຊະນະເລີດ 1 ໜ່ວຍພ້ອມທັງເງິນລາງວັນ 2,000,000 ກີບ.
– ຮອງຊະນະເລີດໄດ້ແກ່ເຮືອກອງພົນທະຫານຮາບທີ 1 ໄດ້ຮັບຂັນ 1 ໜ່ວຍພ້ອມເງິນລາງວັນ 1,800,000 ກີບ.
– ທີ 3 ໄດ້ແກ່ເຮືອບ້ານທ່າເຮືອ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1,500,000 ກີບ.
ສຳລັບເຮືອປະເພດຍິງ: ທີ 1 ໄດ້ແກ່ບ້ານເມືອງຊອງ 1, ທີ 2 ໄດ້ແກ່ບ້ານທ່າເຮືອ, ທີ 3 ໄດ້ແກ່ເຮືອບ້ານເມືອງຊອງ 2. ສ່ວນລາງວັນແຕ່ລະປະເພດແມ່ນໄດ້ຄືກັນກັບເຮືອປະເພດຊາຍ.
ການແຂ່ງຂັນໄດ້ດຳເນີນໄປເປັນເວລາ 1 ວັນ ເຊີ່ງເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ.
