ຄວາມເປັນມາຂອງຖ້ຳປູຄຳ

   ຖ້ຳ​ປູ​ຄຳ​ເປັນ​ສະຖານ​ທີ່​ແຫຼ​່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ​ຢູ່​ເມືອງ​ວັງ​ວຽງ, ຖ້ຳ​ນີ້​ຕັ້ງ​ຢູ່​ບໍລິ​ເວນ​ບ້ານ​ນາ​ທອງ ​(​ເຂດ​ລ້ອງ​ກວາງ) ​ເຊີ່ງ​ຫ່າງ​ຈາກ​ເທດສະ​ບານ​ເມືອງ​ໄປ​ທາງ​ທິດຕາ​ເວັນ​ຕົກ​ປະມານ 7 ກິ​ໂລ​ແມັດ. ​ໃນ​ເ​ມື່ອກ່ອນ​ຊາວບ້ານ​ພາກັນ​ເອີ້ນ​ວ່າ “ຖ້ຳ​ເຈຍ ຫຼື ຖ້ຳ​ຜາ​ກາ” ຍ້ອນບໍລິ​ເວນ​ທີ່​ຕັ້ງ​ຂອງ​ຖ້ຳ​ໄດ້​ມີ​ສາຍ​ນ້ຳກາ​ໄຫຼ​ຜ່ານ​ທັງ​ເປັນບ່ອນຢູ່​ອາ​​ໃສຂອງ​ຝູງ​ນົກ​ແອ່ນ ​ແລະ ​ເຈຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ຊາວບ້ານ​ໄດ້​ອາ​ໃສຖ້ຳ​ແຫ່ງ​ນີ້​ເປັນ​ບ່ອນ​ທຳ​ມາ​ຫາ​ກິນ​ເພື່ອ​ໄລ່​ລ່າ​ຫາ​ຈັບ​ນົກ​ແອ່ນ ​ແລະ ​ເຈຍ​ມາ​ຂາຍ ​​ແລະ ​ເປັນ​ອາຫານ​ຕາມ​ວິຖີ​ຊິວິດ​ຂອງ​ຊາວ​ຊົນນະບົດ. ​ໃນ​ປີ 1976 ​ໄດ້​ມີ​ປະຊາຊົນ​ຈຳນວນ​ໜຶ່ງ​ທີ່​ເຂົ້າ​ໄປ​ຫາ​ເຈຍ​ຢູ່​ໃນ​ຖ້ຳ​ໄດ້​​ໄປ​ພົບ​ເຫັນ​ອ່າງ​ນ້ຳ​ແຫ່ງໜຶ່ງ​ທີ່​ມີ​ນ້ຳ​ຍ່ອຍ​ຈາກ​ຜາ​ຫີນ​ລົງ​ໃສ່​ອ່າງ, ​ເຫັນ​ກະປູ​ສອງ​ໂຕ​ມີ​ສີ​ເຫືຼອງຄື​ຄຳ ​ເຊີ່ງ​ເປັນ​ຄູ່​ຜົວ​ເມຍ​ໄດ້​ອາ​ໃສ​ຢູ່​ ແລະ ກະ​ປູ​ຄູ່​ນີ້​ມັນ​ແຕກຕ່າງ​ຈາກ​ປູ​ນາ​ທົ່ວໆ​ໄປ ​ແລະ ມີ​ຂາ​ຍາວ​ກວ່າ. ພາຍຫຼັງ​ກັບ​ມາ​ເຖິງ​ບ້ານ​ກໍ​ໄດ້​ນຳ​ເອົາ​ເລື່ອງ​ລາວ​ມາ​ເວົ້າ​ໃຫ້​ຊາວບ້ານ​ຟັງ​ ອັນ​ໄດ້​ສ້າງ​ຄວາມ​ສົນ​ໃຈ​ໃຫ້​ຫຼາຍ​ຄົນ​ຢາກ​ໄປ​ເຫັນ. ຈາກ​ນັ້ນ ຊາວບ້ານ​ຜູ້​ທີ່​ໄປ​ຊອກ​ຢູ່​ຫາ​ກິນ​ຢູ່​ໃນ​ບໍລິ​ເວ​ນດັ່ງກ່າວ​ຕ່າງ​ກໍ​ໄດ້​ພາກັນ​ເດີນທາງ​ໄປ​ຮອດ​ອ່າງ​ນ້ຳ​ເພື່ອ​ຢາກ​ເຫັນ​ປູ​ຄຳ, ​ແຕ່​ວ່າການ​ໄປ​ຂອງ​ເຂົາ​ເຈົ້າ​ບາງ​ຄົນ​ກໍ​ພົບ​ເຫັນ ​ແລະ ບາງ​ຄົນ​ກໍ​ບໍ່​ພົບ​ເຫັນ. ສຳລັບ​ຜູ້​ທີ່​ໄດ້​ພົບ​ເຫັນ​ປູ​ຄຳ​ຖື​ວ່າບຸກຄົນ​ນັ້ນ​ຈະ​ມີ​ໂຊກ​ໃນ​ການຊອກ​ຢູ່​ຫາ​ກິນ​ໃນ​ມື້​ນັ້ນ​ໄດ້​ຫຼາຍ, ສ່ວນ​ຜູ້​ທີ່​ບໍ່​ເຫັນ​ປູ​ຄຳ​ປະກົດ​ວ່າການ​ຊອກ​ຢູ່​ຫາ​ກິນ​ຂອງ​ເຂົາ​ເຈົ້າ​ມື້​ນັ້ນ​ໄດ້​ໜ້ອຍ (ບໍ່​ໝານ) ບໍ່​ມີ​ໂຊກ. ​ໃນ​ທີ່​ສຸດ​ກໍ​ເປັນ​ເລື່ອງ​ທີ່​ເຊື່ອ​ຖື ​ແລະ ​ເລົ່າ​ລື​ກັນ​ໄປ​ທົ່ວ​ບ້ານ​ວ່າ: ຜູ້​ໃດ​ມີດ​ວງສະ​ຕາ​ວາສະໜາ​ດີ​ຈຶ່ງ​ໄດ້​ພົບ​ເຫັນ​ປູ​ຄຳ ​ແລະ ​ໄດ້​ພາກັນ​ເອີ້ນ​ຊື່ວ່າ: “ຖ້ຳ​ປູ​ຄຳ” ມາ​ຈົນ​ເຖີງປະຈຸ​ບັນ. ​ແຕ່​ໜ້າ​ເສຍດາຍ​ຝູງ​ນົກ​​ແອ່ນ ​ແລະ ​ເຈຍ​ທີ່​ເຄີຍ​ອາ​ໃສ​ຢູ່​ໃນ​ຖ້ຳ​ໃນ​ເມື່ອ​ກ່ອນ​ໄດ້​ສູນພັນ​ໄປ​ໝົດ​ແລ້ວ​ ຍ້ອນ​ຂາດ​ການ​ຄຸ້ມ​ຄອງ​ອະນຸລັກ​ຮັກສາ, ​ແຕ່​ຄວາ​ມ​ເຊື່ອ​ຖື​ຂອງ​ຄົນ​ໃນ​ທ້ອງ​ຖິ່ນ ​ແລະ ​ແຂກ​ຄົນທີ​ໄປ​ທ່ຽວ​ຊົມ​ຖ້ຳ​ແຫ່ງ​ນີ້ ກ່ຽວ​ກັບ​ປູ​ຄຳ​ນັ້ນ​ຍັງ​ເປັນ​ເລື່ອງ​ປິດສະໜາ​ຢູ່. ​ແຕ່​ກໍ​ໄດ້​ສ້າງ​ຄວາມ​ສົນ​ໃຈ​ໃຫ້​ແກ່​ແຂກ​ຄົນ​ມາ​ຈົນ​ເຖິງ​ປະຈຸ​ບັນ.
    ສະ​ນັ້ນ, ​ເພື່ອ​ເຮັດ​ໃຫ້​ຖ້ຳ​ແຫ່ງ​ນີ້​ໄດ້​ກາຍ​ເປັນ​ບ່ອນ​ສັກະລະ​ບູຊາ​ຂອງ​ແຂກ​ຄົນ​ທົ່ວ​ໄປ​, ຊາວບ້ານ​ຈຶ່ງ​ໄດ້​ຮ່ວມ​ກັນ​ສ້າງ​ສັດທາ​ນຳ​ເອົາ​ພະພຸດທະ​ຮູບ​ນິນະພາ​ນອົງ​ໜຶ່ງ ​ໄປ​ປະດິດສະຖານ​ໄວ້​ຢູ່​ໃນ​ຖ້ຳ​ເພື່ອ​ໃຫ້​ແຂກ​ຄົນ​ທີ່​ໄປ​ທ່ຽວ​ຊົມ​ໄດ້​ກາບ​ໃຫວ້ສັກະ​ລະ​ບູຊາ.